ໃນປີ 2022, ລາຍງານໄດ້ຖືກເປີດເຜີຍວ່າ ຈຳນວນໜຶ່ງ ໃນສີ່ຂອງຜູ້ບໍລິໂພກ ໄດ້ຕົກເປັນຜູ້ເຄາະຮ້າຍ ຂອງການຕົວະຍົວະຫຼອກລວງຜ່ານທາງອອນລາຍ ໃນເຂດອາຊີຕາເວັນອອກສຽງໃຕ້ ແລະ ຂົງເຂດອື່ນໆ.

ເບິ່ງ VDO ຂອງພວກເຮົາ >>>

ການຕົວະຍົວະຫຼອກລວງທາງອອນລາຍ ແມ່ນ ການນຳໃຊ້ ເຕັກໂນໂລຊີອິນເຕີເນັດ ເພື່ອຕົວະຍົວະຫຼອກລວງຜູ້ຄົນ.

Criminals can lure victim by various form of lies such as...

ການຕົວະຍົວະຫຼອກລວງທາງອອນລາຍ

ບັນດານັກຕົວະຍົວະຫຼອກລວງທາງອອນລາຍ ສົ່ງອີເມວ ເປັນພັນພັນສະບັບ ແລະ ໂທລະສັບ ເປັນພັນພັນຄັ້ງ ໃນທຸກໆມື້ – ແລະ ພວກເຂົາ ກໍ່ເຮັດສຳເລັດເລື້ອຍໆ. ມັນມີໂອກາດສູງຫຼາຍ ທີ່ທ່ານຫຼືຄົນໃດໜຶ່ງໃນສະມາຊິກຄອບຄົວຂອງທ່ານ ຈະຖືກຕິດຕໍ່ຫາໂດຍນັກຕົວະຍົວະ ໃນມື້ ໃດ ມື້ໜຶ່ງ, ຖ້າຫາກວ່າພວກທ່ານຍັງ ບໍ່ທັນ ເຄີຍ ຖືກເທື່ອ.

ຟິດຊິ່ງ

ການຫຼອກລໍ້ອ່ອຍເຍື່ອໃຫ້ຕິດກັບທາງ ອອນລາຍຕ່າງໆ ຫລື ຟິດຊິ່ງ ແມ່ນການ ພະຍາຍາມຕົວະຍົວະໃຫ້ທ່ານເປີດເຜີຍຂໍ້ມູນສ່ວນຕົວ, ເຊັ່ນວ່າ ເລກບັດເຄດິດ, ຂໍ້ມູນທະນາຄານ, ຫຼືລະຫັດຜ່ານຕ່າງໆ.
ມີຫຼາຍວິທີທີ່ຈະເອົາຂໍ້ມູນດັ່ງກ່າວ: ທຳທ່າວ່າມາຈາກບໍລິສັດໃດໜຶ່ງທີ່ມີຊື່ສຽງ, ຫລືວ່າເປັນໝູ່ເພື່ອນ,ເພື່ອນຮ່ວມງານ, ຜ່ານທາງລິ້ງ, ຜ່ານທາງຂໍ້ຄວາມ ທີ່ແຕ່ງ ຂຶ້ນມາເອງ.

ການລັກຂໍ້ມູນບັດລະບຸຕົວຕົນ

ການລັກຂໍ້ມູນບັດລະບຸຕົວຕົນເກີດຂຶ້ນຕອນທີ່ມີຄົນມາລັກເອົາຂໍ້ມູນບັດລະບຸຕົວຕົນຂອງຜູ້ເຄາະຮ້າຍ ເພື່ອ ປອມແປງເປັນບຸກຄົນໃດໜຶ່ງຫຼືລັກ ໂດຍກົງຈາກພວກເຂົາ. ອາຊະຍາກອນທັງຫຼາຍຍັງສາມາດໃຊ້ຂໍ້ມູນບັດລະບຸຕົວຕົນທີ່ຖືກລັກມາເພື່ອກະທຳການສໍ້ໂກງຫຼືອາຊະຍາກຳອື່ນໆເຊັ່ນ: ກູ້ຢືມເງິນ, ລັກເງິນຈາກ ບັນຊີທະນາຄານ, ແລະ/ຫຼື ເຮັດໃຫ້ ຜູ້ເຄາະຮ້າຍຖືກຈັບຍ້ອນອາຊະຍາ ກອນໃຊ້ບັດລະບຸຕົວຕົນທີ່ຖືກລັກມາ.

ອີງ​ຕາມ​ການ​ຄົ້ນ​ຄວ້າ​, ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​:

1,000+

ນັບວ່າຫຼາຍພັນຄົນໃນເຂດອາຊີຕາເວັນອອກສຽງໃຕ້ ແລະເຂດອື່ນໆອີກ, ຜູ້ຄົນທີ່ມີທັກສະດ້ານເຕັກນິ ໄດ້ຍອມຮັບຂໍ້ສະເໜີວຽກງານ ຫຼື ໂອກາດຕ່າງໆ ຈາກຫຼາກຫຼາຍໂຄສະນາໃນສັງຄົມອອນລາຍ ທີ່ເບິ່ງແລ້ວຄືຈະໃຫ້ເງິນຄ່າຕອບແທນໄດ້ຫຼາຍ ແຕ່ສຸດທ້າຍກໍ່ຖືກພົບວ່າຕົນເອງຖືກຕົວະຍົວະໃນຮູບແບບ ການເຮັດວຽກໃຫ້ພວກອາຊະຍາກອນເພື່ອຫຼອກລວງສໍ້ໂກງກຸ່ມຄົນແປກໜ້າທົ່ວໂລກຜ່ານທາງອິນເຕີເນັດ.

45%

     ອີງຕາມການຄົ້ນຄວ້າໃນບັນດາຜູ້ຖືກເຄາະຮ້າຍຜ່ານການຕົວຍົວະຜ່ານທາງອອນລາຍໄດ້ເປີດເຜີຍວ່າ 45% ຂອງຜູ້ເູຄາະຮ້າຍ ໃນເຂດອາຊີຕາເວັນອອກສຽງໃຕ້ (SEA)  ສູນເສຍເງິນຍ້ອນການຕົວະຍົວະຫຼອກລວງສໍ້ໂກງແບບຄວາມຮັກຊູ້ສາວຜ່ານທາງ ອອນລາຍ.

11 Million+

ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຄວາມ​ພະ​ຍາ​ຍາມ​ລັກ​ຕົວ​ຕົນ​ຫຼາຍ​ກວ່າ 11 ລ້ານ​ຄັ້ງ​ໄດ້​ຖືກ​ສະກັດ​ກັ້ນ​ໃນ​ປີ 2022.

ທ່ານມີຄວາມສ່ຽງບໍ?

ຈິນຕະນາການວ່າໄດ້ຮັບໂທລະສັບຈາກບຸກຄົນທີ່ເຊື່ອຖືໄດ້ແຈ້ງໃຫ້ເຈົ້າຮູ້ສະຖານະການທີ່ຫຍຸ້ງຍາກ, ແລະທ່ານຈໍາເປັນຕ້ອງດາວໂຫລດແອັບພລິເຄຊັນເພື່ອແກ້ໄຂບັນຫານີ້.ຕໍ່ໄປ, ທ່ານຖືກລັອກອອກຈາກທຸກອຸປະກອນ ແລະເວທີອອນໄລນ໌ຂອງທ່ານ. ຮ້າຍແຮງທີ່ສຸດ, ທ່ານສູນເສຍເງິນທັງຫມົດຂອງທ່ານ. ທ່ານຈະຮູ້ວ່າຈະເຮັດແນວໃດບໍ?

ຍົກລະດັບຄວາມປອດໄພຂອງທ່ານ

ການປ້ອງກັນຂໍ້ມູນສ່ວນຕົວ ໃຫ້ບໍ່ມີຄວາມສ່ຽງອາດຈະເປັນໄປບໍ່ໄດ້ເລິຍ ໃນທຸກມື້ນີ້.ເຖິງຢ່າງໃດກໍ່ຕາມ, ມີບາງວິທີແບບງ່າຍໆທີ່ຈະປົກປ້ອງຕົວທ່ານເອງຈາກການກາຍເປັນຜູ້ເຄາະຮ້າຍຂອງການລັກລອບຂໍ້ມູນບັດລະບຸຕົວຕົນ.ການປ້ອງກັນແມ່ນດີກວ່າການປິ່ນປົວ, ແລະການຄຳນຶງເຖິງຄວາມເປັນມາຂອງການຕົວະຍົວະຫຼອກລວງ, ການຫຼອກລໍ້ອ່ອຍເຍື່ອໃຫ້ຕິດກັບທາງອອນລາຍ, ແລະການລັກຂໍ້ມູນບັດລະບຸຕົວຕົນ ກໍ່ເປັນຈຸດເລີ່ມຕົ້ນທີ່ດີ.

ຮຽນຮູ້ເພີ່ມເຕີມກ່ຽວກັບ ...