ບັນດານັກຕົວະຍົວະຫຼອກລວງມັກຈະຊອກຫາວິທີໃໝ່ເລື້ອຍໆ ເພື່ອຈອບລັກເອົາ ຂໍ້ມູນບັດລະບຸຕົວຕົນຂອງທ່ານ.

ເບິ່ງ VDO ຂອງພວກເຮົາ >>>

ບັດລະບຸຕົວຕົນທີສອງ
ບໍ່ແມ່ນບັດລະບຸຕົວຕົນທີ່ແທ້ຈິງ

ນາງລິນ ຢູ່ທີ່ຄອມພິວເຕີ ກຳລັງເຂົ້າສູ່ລະບົບບັນຊີທະນາຄານຂອງລາວເອງ. ມີບາງສິ່ງບາງຢ່າງຜິດປົກກະຕິ 19,000 ໂດລາສະຫະລັດ ຫາຍໄປ.  ເມື່ອກວດເບິ່ງຢ່າງລະອຽດ, ລາວໄດ້ພົບວ່າມີການເຄື່ອນໄຫວທຸລະກຳດ້ວຍເງິນຈຳນວນຫລາຍ ເຖິງສອງຄັ້ງ ໄດ້ແຈ້ງວ່າ "ການຖອນເງິນແບບບໍ່ມີປະເພດ". ລາວໂທຫາທະນາຄານທັນທີ ແລະຢືນຢັນວ່າ ລາວບໍ່ໄດ້ເຮັດການຊື້ຂາຍໃຫຍ່ແບບນີ້ ເພື່ອຈະໄດ້ຮັບຄໍາຕອບກ່ຽວກັບເຫດຜົນທີ່ແທ້ຈິງແມ່ນຕ້ອງລໍຖ້າອີກສອງສາມມື້.  ສອງສາມມື້ຕໍ່ມາ, ລາວໄດ້ໂທຫາທະນາຄານອີກ. "ຂໍໂທດ, ນີ້ແມ່ນທ່ານແທ້ໆບໍ່?" ຜູ້ຈັດການທະນາຄານຖາມ. "ແຕ່ຂໍ້ມູນສ່ວນຕົວຂອງທ່ານບໍ່ກົງກັບຂໍ້ມູນທີ່ພວກເຮົາມີຢູ່ໃນລະບົບ." ນາງ ຂັບລົດໄປຫາທະນາຄານ, ໄດ້ເອົາເອກະສານຕ່າງຂອງລາວໃຫ້ພວກເຂົາເບິ່ງ, ແລະ ພະຍາຍາມທີ່ຈະລະງັບບັນຊີຂອງລາວ. ແຕ່ອາຊະຍາກອນກໍ່ສາມາດໄປສາຂາອື່ນແລະເປີດເຂົ້າໄປປ່ຽນຂໍ້ມູນບັນຊີໄດ້.

ການລັກຂໍ້ມູນບັດລະບຸຕົວຕົນ ປ່ຽນຂໍ້ມູນການຢັ້ງຢືນ ລວມທັງລາຍເຊັນ, ທີ່ຢູ່, ແລະເບີໂທລະສັບ. ພວກເຂົາມີ່ຂໍ້ມູນໃບຂັບຂີ່ຂອງ ລິນ ແຕ່ຖ້າບໍ່ມີຮູບ, ຊຶ່ງມັນເປັນໄປໄດ້ທີ່ພວກອາຊະຍາກອນຈະຍ່າງເຂົ້າໄປໃນທະນາຄານ, ເຮັດການຖອນເງິນແລະປ່ຽນຂໍ້ມູນລາຍລະອຽດໃຫ້ເປັນຂອງພວກອາຊະຍາກອນ.

ແນວໃດກໍ່ຕາມ, ບັນຫາທະນາຄານ ແລະ ເງິນທຶນທີ່ຂາດຫາຍໄປ ໄດ້ເພີ່ມຂຶ້ນ.  ເຊົ້າມື້ຫນຶ່ງຕໍາຫລວດ ໄດ້ມາປະກົດຕົວທີ່ປະຕູບ້ານຂອງລາວ.  "ທ່ານເອີຍ, ຂໍເຊີນມາກັບພວກເຮົາທີ່ສະຖານີຕໍາຫຼວດ."  ທີ່ສະຖານີ, ລິນ ໄດ້ປະເຊີນກັບການສອບຖາມຈາກຕໍາຫຼວດ ແລະຜູ້ທວງເກັບຫນີ້ສິນກ່ຽວກັບລົດທີ່ຖືກລັກໄປ ແລະຄ່າຜ່ານທາງທີ່ຄ້າງຈ່າຍ ທີ່ລາວບໍ່ຮູ້ຈັກ. ພວກເຂົາໄດ້ວາງລາຍຊື່ລົດທັງຫຼາຍ ທີ່ໄດ້ຈົດທະບຽນໃນນາມຂອງລາວ ຕໍ່ຫນ້າລາວ. "ເຈົ້າຊື້ທັງຫມົດນີ້ບໍ່?" ຕໍາຫຼວດຖາມ. ມີຄົນລັກເອົາຂໍ້ມູນບັດລະບຸຕົວຕົນໄປຊື້ຂາຍຢ່າງສະໜຸກສະໜານ ແລະຊື້ລົດໂດຍໃຊ້ໃບເຊັກທະນາຄານ.

ໂຊກດີທີ່ໃນທີ່ສຸດ ອາຊະຍາກອນກໍ່ຖືກຈັບ ແລະຖືກຕັດສິນລົງໂທດຈໍາຄຸກ ຕະຫຼອດຊີວິດ. ແຕ່ສໍາລັບ ລິນ, ຫນຶ່ງປີຂອງວິກິດການລັກຂໍ້ມູນບັດລະບຸຕົວຕົນ ແມ່ນ ຄວາມວຸ້ນວາຍ ທາງອາລົມທີ່ ຊຶ່ງຈະມີຜົນກະທົບຕະຫລອດຊີວິດ.

ໃຜໆກໍ່ສາມາດຕົກເປັນຜູ້ເຄາະຮ້າຍໄດ້! ເຖິງຢ່າງໃດກໍ່ຕາມດ້ວຍການປະຕິບັດແລະສັງເກດສັນຍານອັນຕະລາຍຕ່າງໆ ທ່ານສາມາດປ້ອງກັນການໂຈມຕີຕົວະຍົວະຫລອກລວງທາງອອນລາຍໃນກໍລະນີທ້າວເພັດໄດ້. ສຶກສາຮຽນຮູ້ເພີ່ມເຕີມກ່ຽວກັບ ການຕົວະຍົວະຫຼອກລວງຕ່າງໆ, ການຫຼອກລໍ້ອ່ອຍເຍື່ອໃຫ້ຕິດກັບທາງອອນລາຍ, ແລະການລັກຂໍ້ມູນບັດລະບຸຕົວຕົນ ໃນເຂດອາຊີຕາເວັນອອກສຽງໃຕ້ ກະລຸນາຢ້ຽມຢາມທີ່ UNODC website.

ແຫຼ່ງຂໍ້ມູນ:
https://www.news.com.au/national/crime/horror-journey-after-young-man-had-his-identity-stolen/news-story/c1742c41588e3f8acd8543c9d2a1b803
https://thewest.com.au/business/horror-journey-after-young-man-had-his-identity-stolen-c-6389812