ການໂຈມຕີແບບຫຼອກລໍ້ອ່ອຍເຍື່ອໃຫ້ຕິດກັບທາງອອນລາຍຕ່າງໆ
ແມ່ນເກີດຂຶ້ນ ຢູ່ເລື້ອຍໆ.ຈົ່ງລະວັງໂຕ!ຈົ່ງມີສະຕິ!ຈົ່ງອັບເດດຕົວທ່ານເອງຢູ່ຕະຫຼອດ!

ເບິ່ງ VDO ຂອງພວກເຮົາ >>>

ນັກຫຼອກລໍ້ອ່ອຍເຍື່ອໃຫ້ຕິດກັບ ລັກຂໍ້ມູນຈາກນັກທ່ອງທ່ຽວທີ່ມີຄວາມສຸກ

ໃນເຂດອາຊີຕາເວັນອອກສຽງໃຕ້, ເວັບໄຊຂອງລັດຖະບານມັກຈະລົງຫົວຂໍ້ກ່ຽວກັບ ແຜນການການຫຼອກລໍ້ອ່ອຍເຍື່ອໃຫ້ຕິດກັບທາງອອນລາຍທີ່ປະສົບຜົນສໍາເລັດ. ນັກຕົວະຍົວະຫຼອກລວງທັງຫຼາຍ ຈະອ້າງວ່າມາຈາກຫນ່ວຍງານຂອງລັດ ແລ້ວສວຍໂອກາດລັກເອົາຂໍ້ມູນສ່ວນຕົວຈາກຜູ້ເຄາະຮ້າຍທີ່ບໍ່ສົງໄສອັນໃດເລີຍ. ຫນຶ່ງໃນແຜນການການຫຼອກລໍ້ອ່ອຍເຍື່ອໃຫ້ຕິດກັບ ແມ່ນແນເປົ້າໃສ່ນັກທ່ອງທ່ຽວຜູ້ທີ່ຕ້ອງການທີ່ຈະມ່ວນຊື່ນກັບການເດີນທາງ ຫຼັງຈາກທີ່ໃຊ້ເວລາດົນນານພາຍໃຕ້ການລອກດາວ ເນື່ອງຈາກການລະບາດຂອງໂຄວິດ-19 .

ໃນລະຫວ່າງການລະບາດ, ອາຊະຍາກອນທາງໄຊເບີໄດ້ຮັບຮູ້ລະບົບການຈົດທະບຽນເອກະສານທ່ອງທ່ຽວຕ່າງໆທີ່ດໍາເນີນໂດຍຫນ່ວຍງານຂອງລັດຖະບານເພື່ອລັກເອົາຂໍ້ມູນສ່ວນບຸກຄົນທີ່ສາມາດລະບຸຕົວຕົນ (PII) ຂອງນັກທ່ອງທ່ຽວ. ຜູ້ເຄາະຮ້າຍໄດ້ຮັບອີເມວທີ່ຫນ້າສົງໄສ ແຈ້ງວ່າພວກເຂົາຕ້ອງດາວໂຫລດໄຟລ໌ຈາກລິ້ງທີ່ເປັນອັນຕະລາຍເພື່ອແກ້ບັນຫາການສະຫມັກໃບຜ່ານສຳລັບການທ່ອງທ່ຽວຂອງພວກເຂົາ. ຫຼາຍພັນຄົນທີ່ສະຫມັກຂໍຜ່ານເຂົ້າປະເທດໄດ້ລາຍງານວ່າ ໄດ້ຮັບອີເມວຫຼອກລໍ້ອ່ອຍເຍື່ອໃຫ້ຕິດກັບ ທີ່ຫຼອກລວງເພື່ອຂໍລາຍລະອຽດຂໍ້ມູນສ່ວນຕົວ.

ນອກຈາກນີ້ ຫນ່ວຍບໍລິການກວດຄົນເຂົ້າເມືອງໄດ້ປະກາດວ່າ ມີຫລາຍກໍລະນີຂອງການຫລອກລວງດ້ວຍຂໍ້ຄວາມສຽງ ທີ່ອ້າງວ່າເປັນໜ່ວຍງານໃດໜຶ່ງ ໃຊ້ເລກໂທລະສັບລະຫວ່າງປະເທດ ເພື່ອຫລອກລວງຜູ້ສະຫມັກທີ່ຕ້ອງການ ການອະນຸມັດການເດີນທາງເຂົ້າປະເທດ. ນອກຈາກນີ້, ຍັງພົບເວັບໄຊສະຫມັກທ່ອງທ່ຽວບາງແຫ່ງເກັບຄ່າທໍານຽມກັບຜູ້ສະຫມັກ ຫຼາຍກວ່າ 20 ເທົ່າຂອງຄ່າທຳນຽມທີ່ເປັນທາງການ.

ມີເວັບໄຊທາງການຄ້າພານິດຫຼືເອກະຊົນຈໍານວນຫຼາຍທີ່ໃຫ້ບໍລິການກວດຄົນເຂົ້າເມືອງ. ສິ່ງສໍາຄັນແມ່ນໃຫ້ສັງເກດວ່າບາງເວັບໄຊຈະອ້າງວ່າເປັນການບໍລິການທີ່ຖືກຕ້ອງຕາກົດໝາຍ ທີ່ຜູ້ສະຫມັກຈໍາເປັນຕ້ອງຈ່າຍ. ຢ່າງໃດກໍຕາມ, ເວັບໄຊອື່ນໆກໍສາມາດເປັນເວັບໄຊຫຼອກລໍ້ອ່ອຍເຍື່ອໃຫ້ຕິດກັບ ທີ່ສາມາດລັກເອົາເງິນຫຼືຂໍ້ມູນສ່ວນຕົວຂອງທ່ານໄດ້ເຊັ່ນກັນ.

ເພື່ອຫຼີກລ່ຽງເຫດການເຫຼົ່ານີ້, ສິ່ງສໍາຄັນແມ່ນໃຫ້ເຮັດການຄົ້ນຫາເວັບໄຊ ເພື່ອກວດເບິ່ງວ່າມີລາຍງານໃນເວັບໄຊນັ້ນຫຼືບໍ່. ຈາກນັ້ນ, ໃຫ້ຕິດຕໍ່ເຈົ້າຂອງເວັບໄຊແລະໃຫ້ແນ່ໃຈວ່າບລາວເຊີທີ່ທ່ານໃຊ້ຢູ່ນັ້ນແມ່ນອັນຫຼ້າສຸດ.  ລະວັງເວັບໄຊທີ່ໂຄສະນາໃນອີເມວໂດຍຄົນແປກຫນ້າ ແລະບໍ່ໃຫ້ຂໍ້ມູນສ່ວນຕົວຂອງທ່ານ ຍົກເວັ້ນຖ້າຫາກວ່າເວັບໄຊມີຄວາມປອດໄພແລະຜູ້ໃຊ້ຮູ້ວ່າພວກເຂົາພົວພັນກັບໃຜ.  ອ່ານຂໍ້ກໍານົດແລະເງື່ອນໄຂຕ່າງໆ, ຖ້າທ່ານເລືອກທີ່ຈະຈ່າຍ, ໃຫ້ໃຊ້ວິທີການຊໍາລະເງິນທີ່ມີລະບົບການຄຸ້ມຄອງປ້ອງກັນ.

ສຶກສາຮຽນຮູ້ເພີ່ມເຕີມກ່ຽວກັບ ການຕົວະຍົວະຫຼອກລວງຕ່າງໆ, ການຫຼອກລໍ້ອ່ອຍເຍື່ອໃຫ້ຕິດກັບທາງອອນລາຍ, ແລະການລັກຂໍ້ມູນບັດລະບຸຕົວຕົນ ໃນເຂດອາຊີຕາເວັນອອກສຽງໃຕ້ ກະລຸນາຢ້ຽມຢາມທີ່ UNODC website.